ລຽ້ງປາດ້ວຍສູດອາຫານປະຫຍັດຕົ້ນທຶນ

ໃນຍຸກອີຫຍັງກາແພງ ການປະຫຍັດຕົ້ນທຶນແຕ່ຄຸນນະພາບບໍ່ຕ່ຳລົງຖືເປັນເລື່ອງສຳຄັນ.....

512 | 4 October 2022


ອາຫານປາແບບປະຫຍັດຕົ້ນທຶນກາເປັນອີກວິທີໜຶ່ງທີ່ຜູ້ລຽ້ງປາ ສາມາດເຮັດໄດ້ງ່າຍຂັ້ນຕອນບໍ່ຍຸ້ງຍາກ ແຕ່ຕ້ອງຄຳນຶງເຖິງການຈະເລີນເຕີບໃຫຍ່ຂອງປາໃຫ້ໃກ້ຄຽງກັບປາທີ່ກິນຫົວອາຫານ ຈະຊ່ວຍໃຫ້ເຮົາຫຼຸດຕົ້ນທຶນການຜະລິດລົງໄດ້ຫຼາຍ

ວັດຖຸດິບ/ສວ່ນປະກອບ

  1. ພືດຜັກ(ຜັກບົ້ງ, ບອນ, ຜັກຕົບ, ກະເສດນ້ຳ) 3 ສ່ວນ
  2. ເຂົ້າປຽນ 1 ສ່ວນ
  3. ຮຳ
  4. ນ້ຳສະອາດ

ຂັ້ນຕອນການເຮັດ

  1. ເອົາພືດຜັກທັງໝົດມາສັບໃຫ້ເປັນຕ່ອນນ້ອຍ
  2. ເອົາພືດຜັກທີ່ສັບແລ້ວໄປຕົ້ມກັບນ້ຳສະອາດພ້ອມກັບເຂົ້າປຽນ ຕາມອັດຕາສ່ວນທີ່ກຳນົດ ໂດຍໃຫ້ເຕີມນ້ຳພໍຖ້ວມຕະຫຼອດເວລາຈົນເຂົ້າສຸກ ບໍ່ໃຫ້ແຫ້ງ ຫຼື ປຽກຈົນເກີນໄປ
  3. ພັກອາຫານທີ່ຕົ້ມໄວ້ໃຫ້ເຢັນ ປະໄວ້ 1 ຄືນ

ໝາຍເຫດ

  • ປາຈະກິນດີຖ້າປ່ອຍໃຫ້ອາຫານມີກິ່ນເໝັນບູດເລັກນ້ອຍ (ປະໄວ້ 1 ຄືນ)
  • ກໍລະນີໃຊ້ຮຳເປັນວັດຖຸດິບ ໃຫ້ປະສົມຮຳໃນອັດສ່ວນຕາມຄວາມເໝາະສົມ ກ່ອນເອົາອາຫານໃຫ້ປາກິນ

ການໃຫ້ອາຫານປາ

  • ໃຫ້ອາຫານແບບປະຫຍັດສະຫຼັບກັບຫົວອາຫານສຳເລັດຮູບ ຫຼື ຈະໃຫ້ອາຫານແບບປະຫຍັດພຽງຢ່າງດຽວກາໄດ້ ຕອນເຊົ້າ 8 ໂມງ ແລະ ຕອນແລງ 4 ໂມງ ສູດນີ້ປາຈະເລີນເຕີບໃຫຍ່ໄດ້ດີໃກ້ຄຽງກັບການໃຊ້ຫົວອາຫານປາສຳເລັດຮູບ

 

 

ອ້າງອີງຈາກ: https://bit.ly/3VbP5nQ



ແຊບົດຄວາມນີ້


Saomany Farm ເສົາມະນີຟາມ